My first time going to the United State of America

ເລີ່ມຫົວຂໍ້ຂຶ້ນມາກໍ່ພໍສິເດົ້າເອົາໄດ້ເນາະວ່າໃຊ້ເວລາເດີ່ນທາງກາຍໜຶ່ງມື້ແນ່ນອນ :) ເຊິ່ງຂ້າພະເຈົ້າໃຊ້
ເວລາໄປ 31 ຊົ່ວໂມງ(ລວມເວລາຖ້າຕໍ່ຍົນນໍາ), ເລີຂ້າພະເຈົ້າແມ່ນໄປຕໍ່ຍົນຢູ່ບາງກອກແລ້ວຖ້າຍົນ
Air China ມາຮັບ, ເລີມລີຍກໍ່ແລ້ວກັນ, ທໍາອິດຕ້ອງນັ່ງຍົນຈາກວຽງຈັນໄປບາງກອກໃຊ້ເວລາປະມານ
1 ຊົ່ວໂມງ (18:35-19:40), ແລ້ວໄປຖ້າຍົນມາຮັບເຊິ່ງຕ້ອງຖ້າຍົນຈົນຮອດ 1 ໂມງເຊົ້າຂອງມື້ຕໍ່ມາ, ຂີ່ຍົນ
ຈາກບາງກອກໄປປັກກິ່ງກໍ່ໃຊ້ເວລາປະມານ 4 ໂມງ,
Air China Aircraft
ຍັງບໍ່ພໍຕ້ອງໄດ້ຖ້າປ່ຽນຍົນຢູ່ປັກກິ່ງອີກຮອບໜຶ່ງ, ເຊິ່ງຍົນລໍາໃໝ່ສິອອກເດີນທາງແມ່ນຕອນ 6:30 ຕອນເຊົ້າ(ຕ້ອງຖ້າອີກ 5 ຊົ່ວໂມງເຄິ່ງ) ແລ້ວຈຶ່ງນັ່ງຍົນກົງໄປລົງທີ່ San Francisco International Airport ເລີຍ, ເຊິ່ງຢູ່ສະໜາມບິນສາກົນທີ່ແຫລະເກີດເຫດການສ້າງຜົນງານໃຫ້ຕົນເອງຂະໜາດ, ພໍບໍ່ເຄີຍ
ມາສະໜາມບິນນີ້ຈັກເທື່ອ, ຕົນເອງກໍ່ເກີດອາການງົງ, ເພາະຕອນມາບໍ່ໄດ້ Boarding Pass ມານໍາ, ຈຶ່ງ
ຈໍາເປັນຕ້ອງຈໍາ Passport ເຂົ້າຈີນເພື່ອໄປເອົາ Boarding Pass, ເຊິ່ງຈໍາເຂົ້າໄປກໍ່ເຖິງກັບງົງ, ເພາະ Boarding Pass ພະຍາຍາມຖ້າເຈົ້າໜ້າທີ່ວ່າເຮັດແນວໃດຈຶ່ງສິໄດ້ເຈົ້າໜ້າທີ່ກໍ່ຊີ້ມື້ໄປທາງນັ້ນ, ເຮົາກໍ່
ຍ່າງໄປກໍ່ບໍ່ເຫັນມີຫຍັງ, ກໍ່ໄດ້ໄປບາກໜ້າຖາມເຈົ້າໜ້າທີ່ຜູ້ອຶ່ນ, ເຫັນໄດ້ວ່າຄົນຢູ່ນີ້ບໍ່ຄ່ອຍເວົ້າອັງກິດ
ພໍປານໃດ, ຮູ້ສຶກວ່າໂຕເອງໄດ້ໄປຖາມຄົນຢູ່ຫັ້ນປະມານ 4-5 ຄົນຈຶ່ງຮູ້ທາງໄປ(ໄຄ່ແຕ່ມີເວລາເຫຼືອເຟື້ອ
ຊົ່ວຍົນສິອອກ),ສຸດທ້າຍແມ່ນໄດ້ຂີ່ໄຟຟ້າທີ່ຢູ່ສະໜາມບິນຫັ້ນແຫລະໄປ Terminal 3 , ລະກໍ່ງົມໆຫາວໆ
ຖາມເຂົາເຈົ້າຈົນໄດ້ຕອບບ່ອນອອກ Boarding Pass ໄດ້. ແຕ່ເມື່ອຊອກບ່ອນອອກ Boarding Pass ເຫັນ
ແລ້ວກໍ່ຕ້ອງໄດ້ຖ້າອີກເພາະມັນສິເປີດຕອນກ່ອນຍົນສິອອກປະມານ 2 ຊົ່ວໂມງນີ້ແຫລະ, ກໍ່ໄດ້ຖ້າຕໍ່ໄປ, ສິ່ງທີ່ເຮັດຢູ່ສະໜາມບິນຄືນອນ, ຍ່າງເລາະຫຼິ້ນຈົນເມື່ອຍຍ່າງ. ຍົນທີ່ສິຂຶ້ນໄປ San Francisco ແມ່ນ Air China.

Sea Food With Rice at Air China
ສຸດທ້າຍກໍ່ຮອດປະມານ 5:30 ບ່ອນອອກ Boarding Pass ກໍ່ເປີດ, ກໍ່ໄປເອົາຕາມປົກກະຕິ, ຮອດຕອນນີ້
ເລີ່ມຕື່ນເຕັ້ນລະ, ໃນຊີວິດໜຶ່ງສິໄດ້ອາເມລິການໍາເພິ່ນ :D ຮອດໂມງກໍ່ຂຶ້ນຍົນລະສຸດທ້າຍນັ່ງກັບຄົນ
ຟິລິປິນຕິເບາະຫອບລູກນ້ອຍມານໍາ,ໄຄ່ແຕ່ໄດ້ນັ່ງແຖວທາງຂອບ. ສ່ວນວ່າພວກສາວແອທີ່ຢູ່ເທິງ
ຍົນກໍ່ມີແຕ່ມາສະປິກພາສາຈີນກວາງຕຸງໃສ່ຢູ່ ຫະຫະ (ຄິດໃນໃຈອົວະບໍ່ເຂົ້າໃຈລື້ນະ) ມັນເວົ້າຫຍັງມາ
ກະຊ່າງ, ສວນອັງກິດໄປທັງທີ່ ຫະຫະ, ໂດຍລວມຢູ່ຍົນກະໂອເຄເພາະວ່າຕອນຢູ່ຍົນມີແຕ່ນອ­­­­­­ນຢ່າງ
ດຽວ xD, ອາຫານກະບໍ່ກິນໄດ້ລົດຊາດອອກໄປທາງຈາງແລະເຄັມ, ແຕ່ກໍ່ກິນໄດ້ຢູ່ພໍວ່າຫິວ. ເວລາທີ່
ໃຊ້ນັ່ງຍົນຈາກປັກກິ່ງໄປຊານຟຣານຊິດໂກກໍ່ປະມານ 12 ຊົ່ວໂມງສຸດທ້າຍກໍ່ຮອດພໍດິຮອດປະມານ 12:40 ຕອນສວາຍຕາມເວລາທ້ອງຖິ່ນ, ທໍາອິດນຶກວ່າຮອດແລ້ວສິChill ບໍ່ເລີຍ, ໄດ້ມາຕໍ່ຄິວກວດ
ຄົນເຂົ້າເມືອງຍາວໂຄດໆ, ຈົນວ່າຕົກລົດເມທີ່ສິມາຮັບຕອນ 2 ໂມງ, ໄດ້ຖ້່ຂຶ້ນລົດເມຖ້ຽວ 16:00 ແທນ,
ແຕ່ວ່າເຮົາມີໝູ່ລະມາຮອດນີ້ນະສັງເກດມີຜູ້ຊາຍອິນເດຍສອງຄົນແຕ່ຢູ່ຍົນແລ້ວ, ເຂົາເຈົ້ານຸ່ງເສື້ອກູ
ໂກ້, ກະເລີຍຍ່າງເຂົ້າໄປທັກເຂົາເຈົ້າກໍ່ແມ່ນແທ້ໆ, ຄິດໃນໃຈເຢ້ກູໄດ້ມີໝູ່ແລ້ວ :D ສ່ວນວ່າຕອນຂາກັບ
ກໍ່ກັບດ້ວຍຍົນ Air China ຄືເກົ່າລົງປັກກິ່ງ, ແບບວ່າຕອນກັບຫັັັັັັັັັັັັັັັັ້ນເກີນຕົກຍົນ, ແລ່ນນໍາຍົນເກືອບບໍ່
ທັນ, ເພາະຍົນມາ Delay ເຊິ່ງວ່າແຕກຕ່າງກັບຕອນໄປທີ່ທັງນອນ-ນັ່ງຖ້າຈົນບໍ່ມີຫຍັງເຮັດ ຫະຫະ, ແຕ່
ຕອນຖ້າດົນຂາກັບນີ້ແມ່ນຢູ່ສຸວັນນະພູມຖ້າດົນປະມານ 9 ຊົ່ວໂມງນີ້ແຫລະ =*= ກະນັ່ງຖ້ານອນຖ້າ

Fried Rice at Air China
ແຖມເຈີເຫດການມີຜູ່ຊາຍຊາວສິລັງກາມາທັກທາຍແລະຊວນລົມແຖມລ້ຽງເຂົ້າ,ແຖມວ່າສິຊື້ເຄື່ອງອີ່
ຫຍັງໃຫ້ອີກຕົນເອງເຫັນທ່າບໍ່ດີກໍ່ເລີຍຍ່າງໄປເຂົ້າຫ້ອງນໍ້າແລ້ວຕິໂຕອອກເຂົ້າໄປມູມມືດ(ມູມທີ່ມີຕຽງ
ນອນໃຫ້ຜູ້ໂດຍສານຕໍ່ຍົນ) ໄຄ່ແຕ່ມັນບໍ່ມານໍາຫາເນາະ. ຈົບໄປກັບເຫດການແປກປະຫຼາດ, ແຕ່ແນວ
ໃດກໍ່ອຸ່ນໃຈແລ້ວວ່າຮອດບາງກອກແລ້ວອີກບໍ່ພໍອຶດໃຈກໍ່ຈະຮອດບ້ານແລ້ວ :D


0 comments:

Post a Comment

 

Blogger news

Blogroll

About