Lost in Tokyo EP#1




ອ່ານ​ແຕ່​ຫົວ​ຂໍ້​ຕົນ​ເອງ​ຍັງ​ຮູ້​ສຶກ​ມ່ວນ​ແລ້ວ! :D  ​ຕັ້ງ​ແຕ່​ກ່ອນ​ໄປ​ຕົນ​ເອງ​ຄິດ​ໄວ້​ແລ້ວ​ວ່າ​ແນວ​ໃດ​ກໍ່
ຕ້ອງໄປຫຼີ້ນ​ໂຕ​ກຽວ​ໃຫ້​ໄດ້​ແລ້ວ​ຄວາມ​ຄິດນັ້ນ​ກໍ່​ເປັນ​ຈິງ, ເນື່ອງ​ຈາກ Honda Foundation ໄດ້​ເຊີນ​ໄປ​ຮ່ວມງານມອບ​ລາງວັນ Honda Prize 2013 ​ທີ່​ໂຕ​ກຽວໃນ​ຊ່ວງ​ທີ່​ເຮົາ​ໄປ​ເຝິກ​ງານ​ຢູ່​ທີ່​ນາ​ຣາ, ຕົນ​ເອງ​ດີ​ໃຈຫຼາຍ​ຖື​ວ່າ​ໂຊກ​ດີ​ທີ່​ເຂົາ​ເຈົ້າ​ເຊີນ​ແລະ​ຈ່າຍ​ຄ່າ​ເດີນ​ທາງ​ໃຫ້​ອີກ(ທຳ​ອິດ​ນຶກວ່າ​ສິ​ໄດ້​ເສຍ​ເງິນ​ເອງ​ຊັ້ນ​ດ໋ອກ). ເຊິ່ງໄປ​ຊ່ວງວັນ​ທີ 18-21​​ ເດືອນ​ພະ​ຈິກໄປ​ທັງ​ໝົດ 4 ມື້​. ​ເຊິ່ງ​ການ​ເດີ່ນ​ທາງ​ແມ່ນ​ຂີ່​ລົດ​ໄຟ​ໄວ Shinkansen ໂດຍ​ໃຊ້​ເວ​ລາ​ປະ​ມານ 2 ຊົ່ວ​ໂມງ 45 ນາ​ທີ.

Shinkansen On Board
ມື້​ທີ 1 : ອອກ​ເດີ່ນ​ຈາກ​ນາ​ຣາ​ໄປກຽວ​ໂຕ​ເພື່ອ​ໄປ​ຂຶ້ນ​ລົດ​ໄຟໄວ​ການ​ເດີ່ນ​ທາງ​ຈາກ​ນ​າ​ຣາ​ໄປ​ກຽວ​ໂຕ​ໃຊ້​ເວ​ລາ​ ໑ ຊົ່ວ​ໂມງ​ໂດຍ​ປະ​ມານ, ສຳ​ລັບ​ຕົນ​ເອງ​ການ​ຂີ່​ລົດ​ໄຟ​ໄວ​ແມ່ນ​ເປັນ​ຄັ້ງ​ທຳ​ອິດ​ໃນ​ຊີ​ວິດຈຶ່ງ​ຮູ້​ສຶກ​ຕື່ນ​ເຕັນ​ເປັນ​ພິ​ເສດ​ແຖມ​ຍັງ​ມີ​ເອື້ອຍ​ໜອຍ​ໃຈ​ດີ​ມາ​ສົ່ງ​ແລະ​ພາ​ຊື້​ປີ້​ລົດ​ໄຟ​ໃຫ້​ອີກ​ຂອບ​ໃຈ​ເດີ້​ເອື້ອຍ ^^, ຢູ່ທາງ​ໃນລົດ​ໄຟ​ຟວ​ກໍ່​ຄັກ​ດີ​ຄ້າຍໆ​ຍົນ. ມື້​ທຳ​ອິດ​ຢູ່​ໂຕ​ກຽວກໍ່​ບໍ່​ໄດ້​ໄປ​ໃສຫຼາຍ ຫຼັງ​ຈາກ​ຮອດ​ສະ​ຖາ​ນີ​ໂຕ​ກຽວ​ແລ້ວກໍ່​ຂີ່​ລົດ​ໄຟ​ກົງ​ໄປ​ຫາ​ບ່ອນ​ພັກ, ເຊິ່ງ​ຕົນ​ເອງ​ໄດ້​ພັກ​ຢູ່​ໂຮງ​ແຮມ ACE INN ໃນ​ເຂດ​ຊິນ​ຈູ​ກຸ, ຂໍ​ເລົ່າ​ປະ​ສົບ​ການ​ຈາກ​ທີ່​ເຄີຍ​ເຈີ​ສະ​ຖາ​ນີ​ລົດ​ໄຟ​ນ້ອຍ​ຢູ່​ນາ​ຣາ ເຂົ້າ​ມາ​ເຈີ​ສະ​ຖາ​ນີ​ຢູ່​ໂຕ​ກຽວ​ມັນ​ໃຫ​ຍ່​ອີ່ຫຼີ​ຊ້ຳ​ບໍ່​ໜຳ​ຍັງ​ໂຄດ​ຊັບ​ຊົນ​ເລີຍ, ສິ່ງ​ທີ່​ເຮັດ​ໄດ້​ກໍ່​ຄື​ຍ່າງ​ເຂົ້າ​ໄປ​ຖາມ​ບ່ອນ​ປະ​ຊາ​ສຳ​ພັນ​ເລີຍ, ໃຄ່​ແຕ່​ຖາມ​ອັງ​ກິດ​ເຂົາ​ເຈົ້າ​ກະ​ຕອບ​ເຮົາ​ພໍ​ເຂົ້າ​ໃຈ​ແນ່, ຕອນ​ຊິ​ຕໍ່​ລົດ​ໄຟ​ອອກ​ມາ​ຫາ​ທີ່​ພັກ​ເສຍ​ເວ​ລາ​ມົວ​ປະ​ມານ 20 ນາ​ທີ​ຍ່າງ​ໄປ​ຍ່າງ​ມາ​ຖາມ​ຄົນ​ຢູ່​ຫັ້ນ​ແນ່, ລະ​ກະ​ມົ້ວ​ນຳ​ Google Map ແນ່, ສຸດ​ທ້າຍກໍ່​ມົວ​ສຳ​ເລັດ​ອອກ​ມາ​ຕໍ່​ລົດ​ໄຟ​ໃຕ້​ດິນ. ຫຼັງ​ຈາກ​ເອົາ​ເຄື່ອງ​ໄປ​ໄວ້​ຢູ່​ທີ່​ພັກ​ອອກ, ກໍ່​ອອກ​ມາ​ງານ Honda Prize 2013 ຢູ່​ທີ່​ໂຮງ​ແຮມ Imperial. ງານ​ເລີດຫຼູ​ອະ​ລັງ​ງານ ຜູ່​ບັນ​ຍາຍ​ແຕ່​ລະ​ຄົນ​ບັນ​ຍາຍ​ໄດ້​ສຸດຍອດຫຼາຍ, ອີກ​ຢ່າງ​ໜຶ່ງ​ທີ່​ປະ​ທັບ​ໃຈ​ກໍ່​ຄື​ອາ​ຫານ​ແຊບຫຼາຍ :D ນອກ​ຈາກ​ທີ່​ໄດ້​ຟັງ​ບັນ​ຍາຍ​ແລະ​ກິນອ​າຫານທີ່​ສຸດຍອດ​ແລ້ວ, ຕົນ​ເອງ​ຍັງ​ໄດ້​ເຈີ​ຜູ່​ໄດ້​ຮັບ​ລາງວັນ Honda YES Award ຈາກ​ປະ​ເທດຫວຽດ​ນາມ 2 ຄົນ, ກໍ​າ​ປູ​ເຈຍ 2 ຄົ​ນ ນຳ, ເຮົາ​ໄປ​ຄົນ​ລາວ​ຜູ່​ດຽວ​ທີ່​ໄດ້​ເຂົ້າ​ຮ່ວມ​ໃນ​ງານ​ຄັ້ງ​ນີ້. ຫຼັງ​ຈາກ​ແລ້ວ​ງານ​ເຮົາ​ກໍ່​ກັບ​ຕາມ​ເສັ້ນ​ທາງ​ທີ່ Google Map ບອກ, ມາ​ໂຕ​ກຽວ​ຄັ້ງ​ນີ້​ໃຄ່​ແຕ່​ມີ Pocket Wifi ທີ່​ທ. ກຸ້ງ ລູກ​ໝູ່​ພໍ່​ຊອກ​ຫາ​ໃຫ້​ (ຂອບ​ໃຈ​ເດີ້), ຄັນ​ບໍ່​ມີ Pocket Wifi ​ຄື​ສິ​ຊັບ​ຊົນຫຼາຍ​ເຕີບ ຫະ​ຫະ
Inside Shinkansen Bullet Train


Honda Prize 2013 Ceremony
ມື້​ທີ 2 : ລຸຍ​ເຕັມ​ທີ​ເຊິ່ງ​ເລີ່ມ​ຕົ້ນ​ທີ່​ວັດ​ຊື່​ດັງ​ທີ່​​ຫາ​ເຫັນຢູ່ Google ກໍ່​ຄື​ວັດ​ Sensoji ທີ່​ຢູ່​ແຖວ Asakusa ເຮົາ​ກໍ່​ມົ້ວ​ຕາມ Google Map ມາກໍ່​ມາ​ຖືກ​ຈົບ​ດີ, ເບິ່ງ​ຕາມ​ແຜນ​ທີ່​ກ່ອນ​ສິ​ອອກ​ເດີ່ນ​ທາງ​ເຫັນ​ມີ Tokyo Sky Tree ບໍ່​ໜ້າ​ສົງ​ໄສຫຼັງ​ຈາກ​ອອກ​ຈາກ​ສະ​ຖາ​ນີ​ລົດ​ໄຟ​ມາກໍ່​ເຫັນ​ເລີຍ​ມາ​ມັນ​ມະ​ຫຶ​ມາ​ອະ​ລັງ​ການ​ອີຫຼີ່, ແຕ່​ຕົນ​ເອງ​ເລືອກ​ໄປ​ວັດ​ກ່ອນກໍ່​ຍ່າງ​ໄປ​ຕາມ​ແຜນ​ທີ່ກໍ່​ເຈີ​ວັດ​ຄົນຫຼາຍ​ອີຫຼີ່, ວິວ​ທິວ​ທັດ​ງາມ, ວັດ​ກໍ່​ງາມ. ແຕ່​ເສຍ​ດາຍ​ອັນ​ດຽວ​ມາ​ຄົນ​ດຽວບໍ່​ມີ​ຄົນ​ຖ່າຍ​ຮູບ​ໃຫ້, ສິ່ງ​ດຽວ​ທີ່​ເຮັດ​ໄດ້​ກໍ່​ຄື​ບາກ​ໜ້າ​ໄປ​ຂໍ​ໃຫ້​ຄົນ​ແຖວນັ້ນ​ຖ່າຍ​ຮູບ​ໃຫ້.
At Sensoji Temple
At Sensoji Temple
At Sensoji Temple
ຍ່າງຫຼິ້ນ​ຢູ່​ວັດ​ໜ້ອຍ​ໜຶ່ງ​ແລ້ວກໍ່​ຍ່າງ​ໄປ Tokyo Sky Tree ເພາະ​ມັນ​ຢູ່​ໃກ້ໆ​ກັນ​ຍ່າງບໍ່​ກາຍ 10 ນາ​ທີກໍ່​ຮອດ, ຕອນ​ທຳ​ອິດ​ວ່າ​ສິບໍ່​ຂຶ້ນ​ໄປ​ເບິ່ງວິວ​ຢູ່ Tokyo Sky Tree ແຕ່​ຄິດ​ໄປ​ຄິດ​ມາ​ຂຶ້ນ​ຊະ, ດົນໆ​ມາ​ເທື່ອ​ໜຶ່ງກໍ່​ຕັດ​ສິນ​ໃຈ​ເຂົ້າ​ຄິວ​ອັນ​ຍາວ​ຢຽດ ພ້ອມ​ທັງ​ເສຍ​ເງິນ 2000 ເຢັນ​ຄ່າ​ຜ່ານ​ປະ​ຕູ, ຜ່ານ​ໄປ​ປະ​ມານ 1 ຊົ່ວ​ໂມງ​ສຸດ​ທ້າຍກໍ່​ໄດ້​ຂຶ້ນ​ໄປ, ວິວ​ຢູ່​ທາງ​ເທິງ​ງາມ​ອີ່ຫຼີ ແລະ​ສັງ​ເກດ​ວ່າ​ເມືອງຫຼວງ​ເຂົາ​ໃຫ​ຍ່​ຂະ​ໜາດ, ຕຶກ​ສູງ​ເຕັມ​ໄປ​ໝົດ​ແຕ່​ຜັງ​ເມືອງ​ເຂົາ​ເຈົ້າ​ເບິ່ງ​ແລ້ວ​ງາມ​ຕາ​ເປັນ​ລະ​ບຽບ​ດີ. ຫຼັງ​ຈາກ​ເບິ່ງ​ແລ້ວກໍ່​ລົງ​ມາ​ແລະ​ກໍ່​ຫາ​ທາງ​ກັບ​ບ້ານ. ຮູ້​ສຶກ​ເສຍ​ໃຈ​ເລັກ​ນ້ອຍ​ເຖິງ​ປານ​ກາງ​ທີ່​ມື້​ນີ້​ໄປໄດ້​ແຕ່​ສອງ​ບ່ອນ. ແຕ່ກໍ່​ບໍ່​ເປັນ​ຫ​ຍັງ​ມື້​ຕໍ່​ໄປ​ຕ້ອງ​ໃຫ້​ໄດ້​ໄປຫຼາຍກວ່ານີ້

Queue up!
Tokyo Sky Tree
The view on top of Tokyo Sky Tree
ມື້​ທີ​ 3 : ອອກ​ເດີ່ນ​ທາງ​ແຕ່​ເຊົ້າ​ເຊິ່ງ​ເລີ່ມ​ຕົ້ນ​ໂດຍ​ການ​ໄປ Odaiba ກ່ອນ​ເພື່ອ​ໄປ​ເບິ່ງ Statue of Liberty ແລະ ຫຸ່ນ​ Gundam ໃຫ​ຍ່​ຢູ່​ຫ້າງ​ໃນ Odaiba
Big Gundam Statue
Statue of Liberty in Tokyo
Statue of Liberty in Tokyo

0 comments:

Post a Comment

 

Blogger news

Blogroll

About