Lost in Tokyo EP#2

ຕໍ່​ຈາກ​ໂພ​ສ​ໂຕ​ແລ້ວນີ້ຫຼັງ​ຈາກເລາະ​ຢູ່​ແຖວ Odaiba ແລ້ວຈຸດ​ໝາຍ​ຕໍ່​ໄປ​ກໍ່​ຄື​ໂຕ​ກຽວ​ທາວ​ເວີ​ແລະ​ພະ​ລັງ​ຊະ​ວັງ Imperial ເປັນ​ບ່ອນ​ສຸດ​ທ້າຍເຊິ່ງ​ທຳ​ມະ​ດາ​ພະ​ລ​າດ​ຊະ​ວັງ​ແມ່ນ​ປິດ​ສີ່​ໂມງ​ແລງ​ໃຄ່​ແຕ່​ໄປ​ທັນ, ພະ​ລາດ​ຊະ​ວັງ​ໃຫ​ຍ່​ໂອ​ໂຖງ ດອກ​ໄມ້​ງາມ ຮົ່ມ​ເຢັນ​ດີ.
Imperial Palace
Tokyo Tower
ສ່ວນ​ຕອນ​ຄຳ​ຂອງ​ມື້​ນີ້​ນັດ​ເຈີ​ກັບ​ໝູ່​ຄົນ​ລາວ, ເຊິ່ງວ່າ​ຕອນ​ຄ່ຳ​ແມ່ນ​ມີ​ຈຸດ​ມຸ່ງ​ໝາຍ​ຕະ​ລຸຍ​ແຫຼ່ງຊ໊ອບ​ປິ້ງ​ເຊັ່ນ​ວ່າ ShibuyaF Harajuku ແລະ Shinjuku ເສຍ​ດາຍ​ມີ​ເວ​ລາ​ຢູ່​ນີ່​ໜ້ອຍ​ດຽວ​ຈຶ່ງບໍ່​ໄດ້​ຊ໊ອບ​ປິ້ງ​ຊ້ຳ​ສ່ວນຫຼາຍ​ມີ​ແຕ່​ຍ່າງ​ກາຍຫຼາຍກວ່າ. ແຕ່​ມື້ນີ້​ກະ​ດີ​ໃຈ​ທີ່​ໄດ້​ເຈີ​ຄົນ​ລາວ​ໄດ້​ເວົາ​ລາວ​ນຳ​ກັນ ຫະ​ຫະ, ເຊິ່ງວ່າ​ເຈົ້າ​ຖິ່ນ​ເພິ່ນ​ພາ​ໄປ​ກິນ​ຊີ້ນ​ດາດ​ແລະ​ຮ້ອງ​ຄາ​ລາ​ໂອ​ເກະ, ຄາ​ລາ​ໂອ​ເກະ​ຢູ່​ນີ້​ຄັກ​ເພງ​ອັບ​ເດດ​ໄວ​ສຸດຍອດ​ເລີຍ.
Grab a walk around Harajuku
My Transportation
Yakiniku Time

Shibuya

ມື້​ທີ 4 : ເປັນ​ມື້​ສຸດ​ທ້າຍ​ໃນ​ໂຕ​ກຽວ​ແຜນ​ການ​ມີ​ຄື: ໄປ​ວັດ​ເມ​ຈິ ແລະ​ແວ່​ໄປ​ຫາ​ຫ້ອງ​ການ Honda Foundation ເພື່ອ​ກິນ​ເຂົ້າ​ສວາຍ​ກັບ​ອີ​ຣີ​ແລະ​ເພື່ອນ​ຮ່ວມ​ງານ​ຂອງ​ລາວ, ອາ​ຫານ​ສວາຍ​ມື້ນັ້ນ​ແຊບ​ສຸດໆ​ເປັນ​ແທມ​ປູ​ຣະ​ທີ່​ຕົນ​ເອງ​ເຄີຍ​ກິນ​ແລະ​ຮູ້​ສຶກວ່າ​ແຊບ​ສຸດໆ

ສະຫຼຸບ​ແລ້ວ, ປະ​ສົບ​ການ​ທີ່​ໄດ້​ຈາກ​ທ​ຣີບນີ້​ຢາກ​ວ່າຫຼາຍ. ທຳ​ອິດ​ຮູ້​ຈັກ​ກ້າ​​ໂດຍ​ສະ​ເພາະ​ແມ່ນ​ຖາມ​ທາງ, ຮູ້​ຈັກ​ມີ​ສະ​ຕິ​ໃຫ້​ການ​ແກ້​ບັນ​ຫາ​ໃນ​ເວ​ລາຫຼົງ​ທາງ, ກົງ​ເວ​ລາ​ສຳ​ຄັນ​ສຸດ​ເພາະ​ລົດ​ໄຟ​ອອກ​ກົງ​ເວ​ລາ​ຊ້າ​ໜ້ອຍ​ໜຶ່ງກໍ່​ຄື​ຕົກ​ລົດ​ໄຟ, ຮູ້​ສຶກວ່າ​ຕົນ​ເອງ​ສາ​ມາດ​ເອົາ​ຕົວຫຼອດ​ໄດ້​ໃນ​ການ​ຢູ່​ຄົນ​ດຽວ​ໃນ​ເມືອງ​ໃຫ​ຍ່​ແບບນີ້, ເບິ່ງ​ແຜນ​ທີ່​ເກັ່ງ​ຂຶ້​ນ​ ແລະ ຮູ້​ລົດ​ຊາດ​ຂອງ​ຊີ​ວິດ​ການ​ປະ​ຈົນ​ໄພ. ສະຫຼຸບ​ລວມ​ຄື​ມັນ​ດີ​ອະ! :D

Meiji Shrine
Meiji Shrine
Lunch with Eri-san

0 comments:

Post a Comment

 

Blogger news

Blogroll

About