ປະສົບການໄປສໍາພາດ VISA ອາເມລິກາ

ເນື່ອງຈາກຖືກຄັດເລືອກໃຫ້ໄປຮ່ວມງານ Google I/O 2013 ທີຈະຈັດຂຶ້ນໃນວັນທີ 15-16-17 ພຶດສະພາ 2013 ທີ່ຊານຟານຊິດໂກ້, ສະຫະລັດອາເມລິກາ, ຈຶ່ງຕ້ອງຈໍາເປັນຕ້ອງໄດ້ເຮັດ VISA ຂໍເຂົ້າປະເທດເພິ່ນ. ຂັ້ນຕອນການກະກຽມ VISA ກໍ່ມີການຂຽນຟອມອອນລາຍເຊິ່ງຂ້າພະເຈົ້າເອງໃຊ້ VISA ປະເພດ DS-160, ຟອມກໍ່ຍາວເຕີບ, ຫລັງຈາກທີ່ຂຽນຟອມແລ້ວແລ້ວກວດຄືນຢ່າງດີແລ້ວກໍ່ Submit. ແລ້ວຫຼັງງຈາກ Submit ແລ້ວ, ກໍ່ຈະຕ້ອງນັດມື້ສໍາພາດເຊິ່ງເຮົາສາມາດເລືອກເອງໄດ້ຕາຕະລາງມື້ທີ່
ບອກຢູ່ໃນເວັບໄຊຫັ້ນ. 

ຫຼັງຈາກກໍ່ໄປຕາມມື້ທີ່ໂຕເອງໄດ້ນັດສໍາພາດ, ເຊິ່ງເລືອກສໍາພາດຕອນເຊົ້າ 8:30, ດ້ວຍຄວາມຕື່ນເຕັ້ນ
ແລະ ຄິດຫຼາຍຂອງຕົນເອງຈຶ່ງເຮັດໃຫ້ກ່ອນມື້ໄປສໍາພາດນອນບໍ່ຄ່ອຍຫຼັບ, ຫຼັບໆຕື່ນໆ, ຝັນອຶກກະທຶກ
ນຶກນອງ, ສຸດທ້າຍກະຕື່ນ 6:30, ອາບນໍ້າ, ກິນເຂົ້າຮຽບຮ້ອຍອອກຈາກບ້ານຕອນ 7:30 (ອອກມາກ່ອນ
ເວລານັດ 1 ຊົວໂມງ ຫະຫະ). ເມື່ອມາຮອດສະຖານທູດອາເມກາກໍ່ຈອດລົດ, ແລ້ວກໍ່ລຽນແຖວເຂົ້າຄິວ
ຍາວເຕີບ. ແລ້ວໄດ້ເຂົ້າໄປ, ແຕ່ເຂົາເຈົ້າບໍ່ໃຫ້ເອົາໂທລະສັບເຂົ້າໄປ (ນັ່ງຖ້າຕໍ່), ເຊິ່ງວ່າຢູ່ໃນຄົນແຫ່ງ
ຫຼາຍກວ່ານັ່ງຖ້າເຕັມເລີຍ, ເຮົາກໍ່ນັ່ງຖ້າຮອດປະມານ 9:30,​ເຈົ້າໜ້າທີ່ເພິ່ນກໍ່ເອີ້ນໃຫ້ເອົາເອກະສານ
ໄປຍືນເຊິ່ງມີ: DS-160 online visa application confirmation page, Passport, Visa interview appointment confirmation printout ແລະ ເງິນ $160 ລະກະໄປນັ່ງຖ້າຕໍ່. ຖ້າໂຄດດົນເລີຍ, ຖ້າແລ້ວ
ຖ້າອີກ, ໃນໃຈກະຄິດວ່າສິໄດ້ບໍ່ຫວະ, ຄັນບໍ່ໄດ້ສິເຮັດແນວໃດນີ້. ນັ່ງຫາວນອນໄປຫາວນອນມາລະ
ກະລົມນໍາຄົນມາເຮັດ VISA ຄືກັນຫັ້ນ, ຈົນຮອດປະມານ 11:50 ນີ້ແຫລະເຈົ້າໜ້າທີ່ກໍ່ເອີ້ນນໍາເບີ 40, ເຊິ່ງແມ່ນຕົນເອງນີ້ແຫລະ, ກໍ່ຍ່າງໄປເພື່ອສໍາພາດເຊິ່ງຄົນສໍາພາດຕົນເອງກໍ່ບໍ່ແນ່ໃຈວ່າເປັນຄົນ
ລາວຫຼືບໍ່ເພາະວ່າເພິ່ນເວົ້າໄດ້ທັງພາສາມົ້ງ, ພາສາລາວ(ບໍ່ຄອດປານໃດ), ແຕ່ເພິ່ນເວົ້າພາສາອັງ
ກິດມາໃສ່ຕົນເອງເພິ່ນກໍ່ທັກທາຍທໍາອິດຖາມວ່າ Hello, how are you? ຕົນເອງກະຕອບວ່າ: I'm good ທັງໆທີ່ສຽງສັ່ນດ້ວຍຄວາມຕື່ນເຕັ້ນຢູ່, ເພິ່ນກໍ່ຖາມຕໍ່ວ່າໄປງານອີ່ຫຍັງຂອງກູໂກ້, ງານຄືສິມ່ວນເນາະ, ງານຈັດແຕ່ມື້ໃດຫາມື້ໃນ, ເປັນອາຈານສອນຢູ່ຫວາດຽວນີ້, ເຄີຍໄປຍີ່ປຸ່ນມາຫວາ? (ທັງໝົດຖາມເປັນອັງກິດ) ປະມານນີ້ແລ້ວເພິ່ນກໍ່ເອົາເຈ້ຍອັນໜຶ່ງຂຶ້ນມາແລ້ວກໍ່ເຊັນໃນ, ແລ້ວບອກເຮົາວ່າອາທິດໜ້າມາເອົາເດີ້. ຕົນເອງດີໃຈສຸດໆ!!! ຈາກນັ້ນກໍ່ອອກມາແລ້ວກໍ່ໂທຫາແມ່, ແຕ່ແບບວ່າສຽງກະຍັງສັ່ນຢູ່!! :))

ໃນຊີວິດນີ້, ເຫດການດັ່ງກ່າວກໍ່ເປັນເຫດການໜຶ່ງທີ່ເຮັດໃຫ້ຕົນເອງຕື່ນເຕັ້ນຫຼາຍເຖິງຫຼາຍທີ່ສຸດ


0 comments:

Post a Comment

 

Blogger news

Blogroll

About