My newly house




ຫຼັງຈາກຖ້າມາປະມານຫ້າປີ, ສຸດທ້າຍກໍ່ໄດ້ຂຶ້ນບ້ານໃໝ່ແລ້ວ, ເຊິ່ງໄດ້ຂຶ້ນມາໃນວັນທີ 9 ມິຖຸນາ 2013 ທີ່
ຜ່ານ, ກໍ່ບໍ່ໄດ້ເຊີນໃຜຫຼາຍນອກຈາກພີ່ນ້ອງປ້ອງປາຍ, ພ້ອມທັງໝູ່ສະນິດຕົນເອງແລະໝູ່ພໍ່ແມ່ນ້ອຍ
ໜຶ່ງ, ງານກໍ່ຜ່ານໄປໄດ້ດ້ວຍດີ, ເຊິ່ງວ່າເຮົາເປັນມືໃໝ່ຈັດງານອາດສິບໍ່ຖະນັດປານໃດ, ເຊິ່ງທີ່ຜິດພາດ
ກໍ່ຄືເຮັດສິມາຍແລ້ວມັນບູດ, ແຕ່ກໍ່ແກ້ສະຖານະການໂດຍໄປຊື້ໃໝ່ມາເອົາ, ບໍ່ຊັ້ນລະແມ່ນສິມາຍເປັນ
Highlight ໃນງານເລີຍ(ຢາກບອກວ່າສິມາຍແມ່ຕົນເອງເຮັດແຊບສຸດໆ).​ ມື້ຂຶ້ນເຮືອນຕອນເຊົ້າກະຕ້ອງ
ໄດ້ຕື່ນແຕ່ຫ້າໂມງເຊົ້າເລີຍ, ເຊິ່ງໂຕເອງກະບໍ່ແມ່ນຄົນຕື່ນເຊົ້າກະໄດ້ງົມຂີ້ຫູຂີ້ຕາຕື່ນຂຶ້ນມາຈັບນັ້ນຈັບ
ນີ້ຊ່ວຍແມ່ບາດນີ້ຂໍເລົ່າມື້ກ່ອນຂຶ້ນເຮືອນໃໝ່ແບບວ່າໂຄດເມື່ອຍໆເຫັນໄດ້ວ່າຢູບ້ານຫຼັງໃໝ່ທີ່ໃຫຍ່ແລະ
ກວ້າງກວ່າກ່ອນນີ້ມັນໂຄດເມື່ອຍເລື່ອຍທັງກວາດທັງຖູ, ປວດທັງແຂນທັງຕົນໂຕ, ແຕ່ກະບໍ່ເປັນຫຍັງ
ເພື່ອເຮັດໃຫ້ບ້ານສະອາດເພື່ອງານຂຶ້ນເຮືອນ. ຄວາມຮູ້ສຶກທີ່ມາຢູ່ບ້ານໃໝ່ກະຮູ້ສຶກສະບາຍດີ, ກວ້າງ
ຂຶ້ນກວ່າບ້ານເກົ່າ, ເຢັນກວ່າສະຫວາດສະເຫວີຍກວ່າ, ເຊິ່ງເຮືອນໃໝ່ກໍ່ເປັນເຮືອນສອງຊັ້ນ, ຫ້ອງນອນ
3 ຫ້ອງຢູ່ຊັ້ນເທິງທັງໝົດ, ທາງລຸ່ມກະເປັນຫ້ອງໂຖງ, ແລະ ຫ້ອງຊັກລ້າງຕ່າງໆ. ກໍ່ດີໃຈທີ່ໄດ້ມາຢູ່ເຮືອນ
ໃໝ່ແລະພໍ່ແມ່, ນ້ອງກະຄືສິດີໃຈ, ເພາະຕອນຢູ່ບ້ານເກົ່າກະມີຢູ່ຄົນທີ່ດູຖູກຈັງຊັ້ນຈັງສິ, ແຕ່ດຽວນີ້
ກະຄືສິດູຖູກບໍ່ໄດ້ລະແຫລະ, ສໍາຫລັບຕົນເອງບໍ່ໄດ້ສົນຢາກດູຖູກກະດູໄປ, ເຮົາບໍ່ໄດ້ໄປຂໍເງິນເຂົາເຈົ້າໃຊ້, ເຮົາເຮັດຕາມໜ້າທີ່ເຮົາໃຫ້ສໍາເລັດກໍ່ພໍລະ. ສ່ວນວ່າເຮືອນເກົ່າກໍ່ຄິດຮອດມັນຢູ່ໃດລະ, ເພາະວ່າຢູ່
ຫັ້ນມາກະເກືອບຊາວປີເຖິງວ່າສິເປັນບ້ານຫຼັງນ້ອຍໆ, ແຕ່ກະໄດ້ກິນອາຫານແຊບໆທຸກໆຄາບ, ຄວາມ
ຊົງຈໍາອີ່ຫຍັງຕ່າງໆແມ່ນຢູ່ຫັ້ນໝົດແຫລະ, ຄິດເຫັນຕອນຫຍັງຫັ້ນແຫລະຫຼາຍທີ່ສຸດ, ມ່ວນສຸດໆຫຼິນ
ນໍາໝູ່ເປັນແກງ, ແຕ່ດຽວນີ້ຮອດບໍ່ໄດ້ລົມກັນ, ແຕ່ຢ່າງໜ້ອຍກະຍິ້ມທັກທາຍກັນຢູ່ ຫະຫະ. ແຕ່ແນ່
ນອນຢູ່ແລ້ວເຖິງຕົນເອງສິຢູ່ບ້ານຫຼັງໃໝ່ແຕ່ກໍ່ຄົງບໍ່ມີທາງສິລືມບ້ານຫຼັງເກົ່າອີ່ຫລີ່ :)


0 comments:

Post a Comment

 

Blogger news

Blogroll

About