ວິທີລົງ Linux ໃຫ້ກັບ Chromebook Pixel ດ້ວຍ Crouton

ເມື່ອບໍ່ດົນມານີ້ໄດ້ມິໂອກາດໄປງານ Google I/O 2013 ທີີ ຊານຟຣານຊີດໂກ, ປະເທດສະຫະລັດອາເມ
ລິກາມາ, ເຊິ້ງວ່າໃນງານເຂົາເຈົ້າໄດ້ແຈກ Chromebook Pixel ໃຫ້ແກ່ນັກພັດທະນາທີ່ມາຮ່ວມງານ,
ເຊິ້ງໂຕເອງກໍ່ດີໃຈທີ້ໄດ້ຂອງຟຣີ, ເອີ້ຍ...ບໍ່ແມ່ນໄດ້ແນວມາພັດທະນາ ຫະຫະ :D ເຊິ່ງຕາມທໍາມະດາ
ແລ້ວລະບົບປະຕິບັດການຂອງ ກໍ່ຄື Chrome OS ຫັ້ນແຫລະເນາະ, ເຊິ່ງລະບົບປະຕິບັດການນີ້ແມ່ນ
ໃຊ້ browser ເປັນໂຕເປິດໂປຣແກຣມຕ່າງໆ. ເຊິ້ງວ່າ ເວົ້າເຖິງ Spec ຂອງ Chromebook Pixel ມັນແມ່ນເໝາະສົມທີ່ຈະລົງ ໃສ່, ໂຕເອງເລີຍພະຍາຍາມຊອກວິທີມາລົງ, ເຊິ່ງວ່າວິທີລົງ ໃຫ້ກັບ ມີຂັ້ນຕອນດັ່ງຕໍ່ໄປນີ້ :

ຂັນຕອນທີ 1 : ເຂົ້າສູ່ Developer Mode

1. ກົດປຸ່ມ Esc ແລະ  Refresh ຄ້າງໄວ້ພ້ອມກັນ,​ແລ້ວກົດປຸ່ມ Power ໃນຂະນະທີ່ກົດຢູ້ນັ້ນ Chromebook ຈະ Reboot ຕົວມັນເອງແລ້ວເຂົ້າສູ່ Recovery Mode
2. ໃນຂະນະທີ່ເຫັນໜ້າ Recovery Mode ສະແດງຂຶ້ນເທິງໜ້າຈໍ, ໃຫ້ກົດ Ctrl+D ໂຕນີ້ເປັນຄໍາສັ່ງທີ່ຈະ
ຖາມວ່າເຮົາຕ້ອງການເຂົ້າ Developer Mode ບໍ່
3. ກົດປຸ່ມ Enter ເພື່ອດໍາເນີນການຕໍ່, ຫຼັງຈາກນັ້ນມັນຈະໃຊ້ເວລາຢູ່ເປັບໜຶ່ງ, ແລ້ວມັນກໍ່ຈະ Reboot ເຂົ້າສູ່ Developer Mode, ຂັ້ນຕອນນີ້ໃຊ້ເວລາດໍາເນີນການປະມານ 15 ນາທີ
4. ເວລາທີ່ມັນດໍາເນີນການແລ້ວໜ້າຈໍຈະປະກົດດັ່ງຮູບລຸ່ມນີ້

ຂັນຕອນທີ 2 : ຂັ້ນຕອນຕິດຕັ້ງ Crouton

1. ດາວໂຫຼດ Crouton ຄລິກນີ້ ແລ້ວບັນທຶກໄວ້ໃນ Download ໂຟນເດີ
2. ກົດ Ctrl+Alt+Tເພື່ອເອີ້ນໜ້າ Command line ຂອງ Chromebook
3. ໃນຊ່ອງຂອງໜ້າ  Command line ໃຫ້ພິມຄໍາສັ່ງຂອງ Ubuntu Shell
  shell
4. ຕໍ່ໄປໃຫ້ run ຄໍາສັ່ງລຸ່ມນີ້, ເພື່ອຕິດຕັ້ງ Crouton
  sudo sh -e ~/Downloads/crouton -t touch,xfce
 
5. ປ່ອຍໃຫ້ຄອມພິວເຕີຕິດຕັ້ງ Crouton, ຫຼັງຈາກທີ່ມັນຕິດຕັ້ງແລ້ວຮຽບຮ້ອຍແລ້ວມັນກໍ່ຈະຖາມໃຫ້ໃສ່ Username ແລະ Password ສໍາຫຼັບການຕິດຕັ້ງ Ubuntu ໃໝ່, ກໍ່ໃຫ້ໃສ່ຕາມໃຈເຮົາເລີຍ
6. ຫຼັງຈາກຕິດຕັ້ງສໍາເລັດສົມບູນແລ້ວ,​ວິທີເອີ້ນໃຊ້ Crouton ກໍ່ພຽງແຕ່ເຂົ້າໄປໜ້າ Command line ແລ້ວກໍ່ພີມ sudo startxfce4 ແລ້ວກົດ Enter

ສ່ວນວິທີ switch ຈາກ Chrome OS ໃຫ້ມາເປັນ Crouton ນີ້ເຮົາສາມາດໃຊ້ຄໍາສັ່ງ Ctrl+Alt+Shift+Back ແລະ Ctrl+Alt+Shift+Forward ພຽງເທົ່ານີ້ເຮົາກໍ່ໄດ້ໃຊ້ Ubuntu ຢູ່ໃນເຄື່ອງຂອງ Chromebook Pixel ຂອງເຮົາໄດ້ແລ້ວ :)
 

0 comments:

Post a Comment

 

Blogger news

Blogroll

About